ພວກເຮົາສ້າງ AI ທີ່ເຂົ້າໃຈພາສາລາວ ເພື່ອໃຫ້ຜູ້ປະກອບການ, ນັກສຶກສາ ແລະ ອົງກອນ ເຮັດວຽກໄດ້ໄວ ແລະ ໄກກວ່າເກົ່າ.
ຄວາມຖືກຕ້ອງ OCR ພາສາລາວ 99% · ສ້າງໂດຍຄົນລາວ
LaoPadit (ລາວປະດິດ) ແມ່ນຜູ້ບຸກເບີກດ້ານ AI ທີ່ສຸມໃສ່ການເສີມສ້າງຄວາມເຂັ້ມແຂງໃຫ້ປະຊາຊົນລາວ ໃນຍຸກດິຈິຕອລ. ລະບົບ AI ຂອງພວກເຮົາໄດ້ຖືກອອກແບບມາເປັນພິເສດເພື່ອເຂົ້າໃຈ ແລະ ປະມວນຜົນພາສາລາວຢ່າງເລິກເຊິ່ງ.
ພາລະກິດຂອງພວກເຮົາ: ຊ່ວຍຜູ້ປະກອບການ, ນັກຮຽນ ແລະ ພະນັກງານອິດສະຫຼະ ນໍາໃຊ້ AI ເພື່ອເພີ່ມປະສິດທິພາບ, ປະຢັດເວລາ ແລະ ເຮັດໃຫ້ວຽກທີ່ສັບສົນງ່າຍຂຶ້ນ.
ອັດຕະໂນມັດເອກະສານ, ອີເມລ, ການນັດໝາຍ ແລະ ສິນຄ້າຄົງຄັງ
ຊ່ວຍນັກຮຽນ ແລະ ຄູ ຈັດການວຽກ, ກຽມບົດ, ທົດສອບ
ເຊື່ອມຕໍ່ຜູ້ມີທັກສະ AI ກັບເຈົ້າຂອງໂຄງການ. ຄຸ້ມຄອງວຽກ ແລະ ພັດທະນາທັກສະ AI ຢ່າງມີປະສິດທິພາບ
ແປງຮູບພາບ ແລະ PDF ເປັນຂໍ້ຄວາມພາສາລາວ ດ້ວຍ AI ທີ່ມີຄວາມຖືກຕ້ອງສູງເຖິງ 99%. ຮອງຮັບໄຟລ໌ຂະໜາດໃຫຍ່ ເຖິງ 10MB ແລະ PDF ສູງສຸດ 20 ໜ້າ.
Chatbot AI ທີ່ເຂົ້າໃຈພາສາລາວ. ຕອບ 24/7 ແລະ ເຊື່ອມຕໍ່ Facebook, WhatsApp, Telegram ແລະ ເວັບໄຊທ໌.
ໃຫ້ຄຳປຶກສາ AI ເພື່ອປະຕິຮູບທຸລະກິດ. ວິເຄາະ, ອອກແບບ ແລະ ຈັດຕັ້ງລະບົບ AI ສຳລັບອົງກອນຂອງທ່ານ.
ພັດທະນາ Large Language Models ສຳລັບພາສາລາວ. ສ້າງໂມເດລ AI ຕາມຄວາມຕ້ອງການສະເພາະ.
ແອັບສຸຂະພາບ AI: ນັບແຄລໍຣີ່ດ້ວຍການສະແກນອາຫານ, ບັນທຶກການອອກກຳລັງກາຍ ແລະ ແຜນໂພຊະນາການສ່ວນຕົວ ເພື່ອຫຼຸດໄຂມັນ ແລະ ສ້າງກ້າມເນື້ອ.
ວັດອັດຕາການເຕັ້ນຫົວໃຈ ແລະ ອັດຕາການຫາຍໃຈຜ່ານກ້ອງມືຖື ໂດຍບໍ່ຕ້ອງແຕະຕ້ອງຮ່າງກາຍ ດ້ວຍໂມເດລ MTTS-CAN.
⚠ ຕົວຢ່າງເພື່ອການຄົ້ນຄວ້າ — ບໍ່ແມ່ນອຸປະກອນທາງການແພດ ແລະ ຫ້າມນຳໃຊ້ເພື່ອການວິນິດໄສ.
ທົດລອງສະແກນ →ໂມເດລ Whisper Large v3 ທີ່ປັບແຕ່ງສຳລັບການແປງສຽງເປັນຂໍ້ຄວາມພາສາລາວ. ດາວໂຫຼດໄດ້ຟຣີຈາກ Hugging Face.
⚠ ໂມເດລເພື່ອການຄົ້ນຄວ້າ — ຍັງບໍ່ໄດ້ລະບຸໃບອະນຸຍາດ (license) ໃນ model card. ກວດສອບກ່ອນນຳໃຊ້ທາງທຸລະກິດ.
ດາວໂຫຼດຟຣີຈາກ Hugging Face →ຈັດໂດຍ Youth Confidence ແລະ ສະໜັບສະໜູນໂດຍ ສະຫະລັດອາເມລິກາ. ມີ 3 ຊ່ວງກິດຈະກຳ — ຄິດໄອເດຍ ແລະ Design Thinking (10 ຕຸລາ), AI Prototyping ແລະ Storytelling (17 ຕຸລາ), ຮອບເຄິ່ງຕັດສິນ (24 ຕຸລາ) — ກ່ອນຮອບຕັດສິນສຸດທ້າຍ ວັນທີ 6 ພະຈິກ ທີ່ The American Center ວຽງຈັນ. ມູນຄ່າລາງວັນລວມຫຼາຍກວ່າ 10,000,000 ກີບ.
ສ່ວນໜຶ່ງຂອງງານ Lao Digital Week 2026 ຈັດໂດຍ ewent.la ແລະ LAOITDEV ຮ່ວມກັບ LIDA, ສະໜັບສະໜູນໂດຍ bitqik ແລະ Tether. ສະໝັກເປັນທີມ ທີມລະ 3 ຄົນ: Workshop ວັນທີ 10 ຕຸລາ, Hackathon ວັນທີ 17–18 ຕຸລາ ແລະ ນຳສະເໜີຮອບສຸດທ້າຍ ວັນທີ 22 ຕຸລາ ໃນງານ Lao Digital Week. ຄັດເລືອກ 6 ທີມສຸດທ້າຍ ຊິງເງິນລາງວັນລວມ 1,000 USDT.
ງານອອກແບບອຸປະກອນການແພດຄັ້ງທຳອິດໃນລາວ — 8 ອາທິດ (ສະເພາະວັນເສົາ ແລະ ວັນອາທິດ) ດ້ວຍ Design Thinking, ການສ້າງຕົ້ນແບບ ແລະ ຄວາມຮູ້ທາງຄລີນິກ ຈາກຜູ້ຊ່ຽວຊານຫຼາຍກວ່າ 15 ທ່ານ. ໂຄງການ rPPG ຂອງ LaoPadit ເກີດຂຶ້ນຈາກງານນີ້ ແລະ ໄດ້ຮັບລາງວັນ 1st Runner Up ໃນຮອບຕັດສິນ ທີ່ຈັດຢູ່ງານ Maker Faire Vientiane 2026 ສູນການຄ້າ Vientiane Center — 3,000,000 ກີບ ພ້ອມບັດເຕີມເງິນ 750,000 ກີບ.
ງານແຂ່ງຂັນໄອເດຍທຸລະກິດ ຈັດໂດຍ Toyota Laos. ທີມ LaoPadit ໄດ້ນຳສະເໜີ SlimFit ແລະ ຮັບລາງວັນ Appreciation Prize ມູນຄ່າ 500,000 ກີບ.
LaoPadit ໄດ້ສົ່ງ SlimFit ເຂົ້າແຂ່ງຂັນລາງວັນດິຈິຕອນແຫ່ງຊາດ ຈັດໂດຍລັດຖະບານ ສປປ ລາວ ເພື່ອຍ້ອງຍໍຜະລິດຕະພັນດິຈິຕອນທີ່ພັດທະນາໂດຍຄົນລາວ ໃນ 6 ໝວດ ລວມທັງ Digital Startup ແລະ Digital Innovation. ທີມໄດ້ນຳສະເໜີ SlimFit ໃນງານປີ 2026 ວັນທີ 18 ກັນຍາ.
ໂຄງການ GeoAI ລະດັບພາກພື້ນ ນຳພາໂດຍ MCMC ມາເລເຊຍ ມີຜູ້ເຂົ້າຮ່ວມຫຼາຍກວ່າ 1,000 ຄົນ ຈາກທົ່ວອາຊຽນ. Bootcamp 1 ເນັ້ນການນຳໃຊ້ GeoAI ເພື່ອການວາງແຜນເຄືອຂ່າຍ ແລະ ການມີສ່ວນຮ່ວມທາງດິຈິຕອນ, ຈາກນັ້ນ Bootcamp 2 ກຽມພ້ອມສູ່ຂັ້ນຕອນ hackathon ເຊິ່ງ LaoPadit ໄດ້ຮັບລາງວັນ ASEAN Most Promising Solution Award ມູນຄ່າ USD 500.
LaoPadit ເປັນຕົວແທນ ສປປ ລາວ ໃນກຸ່ມສະຕາດອັບ AI ທີ່ຖືກຄັດເລືອກຈາກບັນດາປະເທດສະມາຊິກອາຊຽນ ແລະ ເກົາຫຼີ.
Unsloth AI
ເລີ່ມໃຊ້ LaoPadit ຟຣີ ແລະ ສຳຜັດຄວາມແຕກຕ່າງ ທີ່ AI ທຳ ຢ່າງທ່ານ